Don't stay awake for too long, don't go to bed
I'll make a cup of coffee for your head
It'll get you up and going out of bed
ຢ່ານອນເດິກຫຼາຍເດີ, ແຕ່ຕອນນີ້ຢ່າຟ້າວຫຼັບໃດ
ຂ້ອຍຊິເຮັດກາເຟໃຫ້
ມັນຊິເຮັດໃຫ້ເຈົ້າຕື່ນ ແລະ ອອກຈາກຕຽງນີ້
Yeah, I don't wanna fall asleep, I don't wanna pass away
I been thinking of our future 'cause I'll never see those days
ຂ້ອຍບໍ່ຢາກນອນເລີຍ, ແລະກໍ່ບໍ່ຢາກຕາຍເລີຍ
ຂ້ອຍຄິດເຫັນອານາຄົດຂອງເຮົາຕະຫຼອດ ເພາະຂ້ອຍອາດບໍ່ໄດ້ເຫັນມັນ
I don't know why this has happened, but I probably deserve it
I tried to do my best, but you know that I'm not perfect
ຂ້ອຍບໍ່ຮູ້ເປັນຫຍັງຈຶ່ງເປັນແບບນີ້, ແຕ່ຂ້ອຍກໍ່ສົມຄວນໄດ້ຮັບມັນ
ຂ້ອຍພະຍາຍາມທີ່ສຸດແລ້ວ, ແຕ່ຂ້ອຍຮູ້ຂ້ອຍບໍ່ໄດ້ສົມບູນແບບ
I been praying for forgiveness, you've been praying for my health
When I leave this earth, hopin' you'll find someone else
'Cause yeah, we still young, there's so much we haven't done
Getting married, start a family, watch your husband with his son
ຂ້ອຍໄດ້ແຕ່ພາວະນາໃຫ້ເຈົ້າໃຫ້ອະໄພ, ສ່ວນເຈົ້າກໍ່ພາວະນາໃຫ້ຮ່າງກາຍຂ້ອຍທົນອີກໜ້ອຍໜຶ່ງ
ຖ້າຂ້ອຍຈາກໂລກນີ້ໄປແລ້ວ, ຫວັງວ່າເຈົ້າຊິພົບຄົນທີ່ເຈົ້າຮັກ (ແລະຮັກເຈົ້າ)
ເພາະພວກເຮົາຍັງນ້ອຍຢູ່ເລີຍ ຍັງມີຫຼາຍຢ່າງທີ່ເຮົາຍັງບໍ່ໄດ້ເຮັດ
ເຊັ່ນ: ການແຕ່ງງານ, ສ້າງຄອບຄົວ, ເບິ່ງແຍງຜົວ ແລະ ລູກຂອງເຈົ້າ
I wish it could be me, but I won't make it out this bed
I hope I go to heaven so I see you once again
My life was kinda short, but I got so many blessings
Happy you were mine, it sucks that it's all ending
ຄວາມຈິງຂ້ອຍກໍ່ຫວັງຢາກເປັນຜູ້ຊາຍຄົນນັ້ນ, ແຕ່ຄືຊິເປັນໄປບໍ່ໄດ້ເພາະຂ້ອຍຍັງອອກຈາກຕຽງນີ້ບໍ່ໄດ້ຊ້ຳ
ຂ້ອຍຫວັງວ່າຊິໄດ້ຂຶ້ນສະຫວັນເຜື່ອໄດ້ພົບເຈົ້າອີກເທື່ອໜຶ່ງ
ຊີວິດຂ້ອຍອາດສັ້ນ, ແຕ່ກໍ່ຖືວ່າມີຊີວິດທີ່ດີແລ້ວ
ຂ້ອຍດີໃຈທີ່ມີເຈົ້າເປັນຄົນຮັກ, ແຕ່ມັນໂຄດເຫ້ຍເລີຍທີ່ເຮົາຕ້ອງຈົບກັນແບບນີ້
Don't stay awake for too long, don't go to bed
I'll make a cup of coffee for your head
It'll get you up and going out of bed (Yeah, ayy, ayy)
ຢ່ານອນເດິກຫຼາຍເດີ, ແຕ່ຕອນນີ້ຢ່າຟ້າວຫຼັບໃດ
ຂ້ອຍຊິເຮັດກາເຟໃຫ້
ມັນຊິເຮັດໃຫ້ເຈົ້າຕື່ນ ແລະ ອອກຈາກຕຽງນີ້
Don't stay awake for too long, don't go to bed
I'll make a cup of coffee for your head
It'll get you up and going out of bed (Ayy, yeah)
ຢ່ານອນເດິກຫຼາຍເດີ, ແຕ່ຕອນນີ້ຢ່າຟ້າວຫຼັບໃດ
ຂ້ອຍຊິເຮັດກາເຟໃຫ້
ມັນຊິເຮັດໃຫ້ເຈົ້າຕື່ນ ແລະ ອອກຈາກຕຽງນີ້
I'm happy that you here with me, I'm sorry if I tear up
When me and you were younger, you would always make me cheer up
Taking goofy videos and walking through the park
You would jump into my arms every time you heard a bark
ຂ້ອຍດີໃຈທີ່ເຈົ້າຢູ່ນີ້ກັບຂ້ອຍ ແລະ ຂໍໂທດຖ້າຂ້ອຍນ້ຳຕາແຕກອອກມາ
ຕອນເຮົາຍັງນ້ອຍກ່ອນນີ້, ເຈົ້າຊ່ວຍເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນຢູ່ສະເໝີ
ເຮົາຖ່າຍວິດີໂອບ້າໆບໍໆ ແລະ ຍ່າງເລາະຫຼີ້ນສວນນຳກັນ
ເຈົ້າຈະໂດດມາຫາຂ້ອຍທຸກເທື່ອທີ່ໄດ້ຍິນສຽງໝາເຫົ່າ (ໂຫ່ງ)
Cuddle in your sheets, sing me sound asleep
And sneak out through your kitchen at exactly 1:03
Sundays, went to church, on mondays, watched a movie
Soon you'll be alone, sorry that you have to lose me
ນອນກອດກັນຢູ່ຕຽງເຈົ້າ, ເຈົ້າຮ້ອງເພງກ່ອມຂ້ອຍນອນ
ແລ້ວລັກອອກທາງເຮືອນຄົວເວລາ 1:03 ເປະໆ
ທຸກວັນທິດເຮົາໄປໂບດນຳກັນ, ທຸກວັນຈັນເຮົາໄປເບິ່ງໜັງ
ແຕ່ອີກບໍ່ດົນເຈົ້າຕ້ອງຢູ່ຄົນດຽວແລ້ວ, ຂໍໂທດເດີທີ່ເຈົ້າຕ້ອງເສຍຂ້ອຍໄປ
Don't stay awake for too long, don't go to bed
I'll make a cup of coffee for your head
It'll get you up and going out of bed
ຢ່ານອນເດິກຫຼາຍເດີ, ແຕ່ຕອນນີ້ຢ່າຟ້າວຫຼັບໃດ
ຂ້ອຍຊິເຮັດກາເຟໃຫ້
ມັນຊິເຮັດໃຫ້ເຈົ້າຕື່ນ ແລະ ອອກຈາກຕຽງນີ້
Don't stay awake for too long, don't go to bed
I'll make a cup of coffee for your head
It'll get you up and going out of bed
ຢ່ານອນເດິກຫຼາຍເດີ, ແຕ່ຕອນນີ້ຢ່າຟ້າວຫຼັບໃດ
ຂ້ອຍຊິເຮັດກາເຟໃຫ້
ມັນຊິເຮັດໃຫ້ເຈົ້າຕື່ນ ແລະ ອອກຈາກຕຽງນີ້
Don't stay awake for too long, don't go to bed
I'll make a cup of coffee for your head
It'll get you up and going out of bed
ຢ່ານອນເດິກຫຼາຍເດີ, ແຕ່ຕອນນີ້ຢ່າຟ້າວຫຼັບໃດ
ຂ້ອຍຊິເຮັດກາເຟໃຫ້
ມັນຊິເຮັດໃຫ້ເຈົ້າຕື່ນ ແລະ ອອກຈາກຕຽງນີ້
ຄຳສັບ
Cuddle ແປວ່າ ກອດກັນດ້ວຍຄວາມຮັກແບບສຸດໆ
Sheet ແປວ່າ ຜ້າປູບ່ອນນອນ
ເຂົ້າໃຈຄວາມໝາຍແລ້ວໄປຟັງເພງນຳກັນ. ກົດຟັງເພງ
Comments
Post a Comment