Skip to main content

ແປເພງ My Heart Will Go On – Celine Dion


ແປເພງ My Heart Will Go On – Celine Dion

ເພງປະກອບໜັງດັງເລື່ອງ: Titanic 


Every night in my dreams

I see you, I feel you

That is how I know you go on

ທຸກຄ່ຳຄືນໃນຄວາມຝັນຂອງຂ້ອຍ

ຂ້ອຍເຫັນເຈົ້າ, ຮູ້ສຶກໄດ້ເຖິງເຈົ້າ

ຮັບຮູ້ຢູ່ໃນໃຈວ່າເຈົ້າຍັງກ້າວຕໍ່ໄປ


Far across the distance

And spaces between us

You have come to show you go on

ຫົນທາງທີ່ແສນຫ່າງໄກ

ແລະ ຊ່ອງຫວ່າງລະຫວ່າງສອງເຮົາ

ເຈົ້າສະແດງໃຫ້ເຫັນ ວ່າເຈົ້າຍັງກ້າວຕໍ່ໄປ


Near, far, wherever you are

I believe that the heart does go on

Once more, you open the door

And you're here in my heart

And my heart will go on and on

ໃກ້ ຫຼື ໄກ, ເຈົ້າຊິຢູ່ໃສກໍ່ຕາມ

ຂ້ອຍເຊື່ອວ່າໃຈເຈົ້າຍັງກ້າວຕໍ່ໄປສະເໝີ

ພຽງອີກຄັ້ງທີ່ເຈົ້າເປີດປະຕູ

ແລະ ເຂົ້າມາຢູ່ໃນໃຈຂ້ອຍ

ແລະ ດວງໃຈຂອງຂ້ອຍຊິກ້າວຕໍ່ໄປສະເໝີ


Love can touch us one time

And last for a lifetime

And never let go 'til we're gone

ຄວາມຮັກສາມາດສຳຜັດເຮົາພຽງຄັ້ງດຽວ

ແລະ ສາມາດຄົງຢູ່ໄປຊົ່ວນິລັນ

ແລະ ບໍ່ມີວັນຈາກໄປ ຈົນກວ່າເຮົາຈະໝົດລົມຫາຍໃຈ


Love was when I loved you

One true time I'd hold to

In my life, we'll always go on

ຄວາມຮັກຄືເມື່ອຂ້ອຍໄດ້ຮັກເຈົ້າແລ້ວ

ຂ້ອຍຮູ້ວ່າຄືຮັກແທ້ ທີ່ຈະຍືດໝັ້ນຕະຫຼອດໄປ

ໃນຊີວິດຂ້ອຍ, ຄວາມຮັກຂອງເຮົາຊິກ້າວຕໍ່ໄປສະເໝີ


Near, far, wherever you are

I believe that the heart does go on (why does the heart go on?)

Once more, you open the door

And you're here in my heart

And my heart will go on and on

ໃກ້ ຫຼື ໄກ, ເຈົ້າຊິຢູ່ໃສກໍ່ຕາມ

ຂ້ອຍເຊື່ອວ່າໃຈເຈົ້າຍັງກ້າວຕໍ່ໄປສະເໝີ (ຮູ້ບໍວ່າເປັນຫຍັງດວງໃຈນີ້ຈຶ່ງກ້າວຕໍ່ໄປ?)

ພຽງອີກຄັ້ງທີ່ເຈົ້າເປີດປະຕູ

ແລະ ເຂົ້າມາຢູ່ໃນໃຈຂ້ອຍ

ແລະ ດວງໃຈຂອງຂ້ອຍຊິກ້າວຕໍ່ໄປສະເໝີ


You're here, there's nothing I fear

And I know that my heart will go on

We'll stay forever this way

You are safe in my heart and

My heart will go on and on 

ຂ້ອຍບໍ່ຢ້ານຫຍັງທັງໝົດ ເມື່ອມີເຈົ້າຢູ່ຄຽງຂ້າງ

ແລະ ຂ້ອຍຮູ້ວ່າໃຈຂ້ອຍຊິກ້າວຕໍ່ໄປ

ເຮົາຈະຄົງຢູ່ນຳກັນແບບນີ້ໄປຕະຫຼອດການ

ເຈົ້າຊິຢູ່ໃນໃຈຂອງຂ້ອຍໄປຕະຫຼອດ ແລະ

ດວງໃຈຂອງຂ້ອຍຊິກ້າວຕໍ່ໄປສະເໝີ





Comments