Skip to main content

ແປເພງ On the ground - Rosé


ແປເພງ On the ground - Rosé

My life's been magic, seems fantastic
I used to have a hole in the wall with a mattress
Funny when you want it, suddenly you have it
You find out that your gold's just plastic
ຊີວິດຂ້ອຍຄືດັ່ງຖືກເວດມົນ, ເບິ່ງຄືເລື່ອງມະຫັດສະຈັນ
ຂ້ອຍເຄີຍຕ້ອງໃຊ້ຊີວິດໃນຫ້ອງເທົ່າຮູໜູ ກັບສາດພຽງຜືນດຽວ
ມັນຕະຫລົກດີເນາະ ທີ່ເມື່ອເຈົ້າຢາກໄດ້ຫຍັງກໍ່ໄດ້ມັນມາ
ແລ້ວເຈົ້າກໍ່ພົບວ່າແທ້ຈິງແລ້ວສິ່ງທີ່ມີຄ່ານັ້ນກັບບໍ່ມີຄ່າຫຍັງ
(ອັນນີ້ແມ່ນປະມານວ່າໂຣເຊ່ ເວົ້າກັບໂຕເອງທີ່ແຕ່ກ່ອນຢູ່ຫ້ອງນ້ອຍໆຢາກເປັນແບບນັ້ນແບບນີ້ ແລ້ວຢູ່ໆກະໄດ້ມາ ແຕ່ສິ່ງທີ່ໄດ້ມາທັງໝົດກັບຄືວ່າບໍ່ມີຄ່າ)

Every day, every night
I've been thinkin' back on you and I
ທຸກໆວັນທຸກໆຄືນ
ຂ້ອຍເຝົ້າແຕ່ຄິດເຖິງແຕ່ເລື່ອງເຈົ້າ ແລະ ຂ້ອຍ

Every day, every night
I worked my whole life
Just to get right, just to be like
"Look at me, I'm never coming down"
I worked my whole life
Just to get high, just to realize
Everything I need is on the
Everything I need is on the ground
ທຸກໆວັນທຸກໆຄືນ
ຂ້ອຍເຮັດວຽກມາທັງຊີວິດ
ຕ້ອງເຮັດແບບນັ້ນ, ຕ້ອງເປັນແບບນີ້
ເບິ່ງຂ້ອຍນິ ຂ້ອຍບໍ່ເຄີຍຕົກລົງມາຈາກຈຸດນັ້ນເລີຍ
ຂ້ອຍເຮັດວຽກມາທັງຊີວິດ
ເພື່ອຊິຂຶ້ນໄປຢູ່ຈຸດທີ່ສູງທີ່ສຸດໃຫ້ໄດ້ ແຕ່ກັບຄິດໄດ້ວ່າ
ທຸກໆສິ່ງທີ່ຂ້ອຍຕ້ອງການນັ້ນມັນ
ທຸກໆສິ່ງທີ່ຂ້ອຍຕ້ອງການນັ້ນມັນຄືຄວາມລຽບງ່າຍ

On the ground
Everything I need is on the ground
(Nah, but they don't hear me though)
(Yeah, what goes up must come down)
(Nah, but they don't hear me though)
(You're runnin' out of time)
ຄວາມລຽບງ່າຍ 
(ຖ້າແປຕາມໂຕຄືຢູ່ພື້ນໆ ແບບເຮັດວຽກມາທັງຊີວິດ ແຕ່ສິ່ງທີ່ຕ້ອງການທີ່ສຸດກໍ່ຄືພຽງຄວາມລຽບງ່າຍ)
ທຸກໆສິ່ງທີ່ຂ້ອຍຕ້ອງການນັ້ນມັນຄືຄວາມລຽບງ່າຍ
(ບໍ່, ພວກເຂົາບໍ່ໄດ້ຍິນຂ້ອຍເລີຍ)
(ແມ່ນແລ້ວ, ມີຂຶ້ນກະຕ້ອງມີລົງ)
(ບໍ່, ພວກເຂົາບໍ່ໄດ້ຍິນຂ້ອຍເລີຍ)
(ເວລາຂອງເຈົ້າກຳລັງຊິໝົດແລ້ວ)
(ທ່ອນນີ້ສື່ເຖິງວ່າຄົນຮອບຂ້າງທີ່ຢາກໃຫ້ປະສົບຜົນສຳເລັດ ໃຫ້ເຮັດວຽກໜັກເພື່ອຈະໄປຢູ່ຈຸດສູງສຸດ ອາດບໍ່ໄດ້ຍິນເລີຍວ່າ ທຸກສິ່ງທີ່ລາວຕ້ອງການນັ້ນພຽງຄວາມລຽບງ່າຍ)

My world's been hectic, seems electric
But I've been waking up with your voice in my head
And I'm tryna send a message and let you know that
Every single minute I'm without you, I regret it
ໂລກຂອງຂ້ອຍມັນວຸ່ນວາຍ, ມີແຕ່ເລື່ອງຕຶງຄຽດ
ແຕ່ຂ້ອຍຕື່ນຂຶ້ນມາດ້ວຍສຽງຂອງເຈົ້າທີ່ຢູ່ໃນຫົວຂ້ອຍ (ອັນນີ້ແບບເປັນສຽງໃນຫົວຂອງຕົວເອງທີ່ຍັງສັບສົນຢູ່)
ແລະ ຂ້ອຍພະຍາຍາມຈະສື່ສານອອກໄປ ແລະ ບອກໃຫ້ເຈົ້າຮູ້ວ່າ
ຂ້ອຍຮູ້ສຶກເສຍດາຍທຸກນາທີ ທີ່ບໍ່ໄດ້ຢູ່ກັບເຈົ້າ
(ທ່ອນນີ້ສື່ວ່າເສຍດາຍທຸກນາທີທີ່ບໍ່ໄດ້ຢູ່ກັບຄອບຄົວ ເພາະໂຣເຊ່ຈາກຄອບຄົວໄປຢູ່ເກົາຫຼີຄົນດຽວເພື່ອຝຶກໜັກເພື່ອເປັນສິນລະປິນ)

Every day, every night
I've been thinkin' back on you and I
ທຸກໆວັນທຸກໆຄືນ
ຂ້ອຍເຝົ້າແຕ່ຄິດເຖິງແຕ່ເລື່ອງເຈົ້າ ແລະ ຂ້ອຍ

Every day, every night
I worked my whole life
Just to get right, just to be like
"Look at me, I'm never coming down"
I worked my whole life
Just to get high, just to realize
Everything I need is on the
Everything I need is on the ground
ທຸກໆວັນທຸກໆຄືນ
ຂ້ອຍເຮັດວຽກມາທັງຊີວິດ
ຕ້ອງເຮັດແບບນັ້ນ, ຕ້ອງເປັນແບບນີ້
ເບິ່ງຂ້ອຍນິ ຂ້ອຍບໍ່ເຄີຍຕົກລົງມາຈາກຈຸດນັ້ນເລີຍ
ຂ້ອຍເຮັດວຽກມາທັງຊີວິດ
ເພື່ອຊິຂຶ້ນໄປຢູ່ຈຸດທີ່ສູງທີ່ສຸດໃຫ້ໄດ້ ແຕ່ກັບຄິດໄດ້ວ່າ
ທຸກໆສິ່ງທີ່ຂ້ອຍຕ້ອງການນັ້ນມັນ
ທຸກໆສິ່ງທີ່ຂ້ອຍຕ້ອງການນັ້ນມັນຄືຄວາມລຽບງ່າຍ

On the ground
Everything I need is on the ground
(Nah, but they don't hear me though)
(Yeah, what goes up must come down)
(Nah, but they don't hear me though)
(You're runnin' out of time)
ຄວາມລຽບງ່າຍ
ທຸກໆສິ່ງທີ່ຂ້ອຍຕ້ອງການນັ້ນມັນຄືຄວາມລຽບງ່າຍ
(ບໍ່, ພວກເຂົາບໍ່ໄດ້ຍິນຂ້ອຍເລີຍ)
(ແມ່ນແລ້ວ, ມີຂຶ້ນກະຕ້ອງມີລົງ)
(ບໍ່, ພວກເຂົາບໍ່ໄດ້ຍິນຂ້ອຍເລີຍ)
(ເວລາຂອງເຈົ້າກຳລັງຊິໝົດແລ້ວ)

I'm way up in the clouds
And they say I've made it now
But I figured it out
Everything I need is on the ground (yeah, yeah)
Just drove by your house (just drove by your house)
So far from you now (so far from you now)
But I figured it out
Everything I need is on the
Everything I need is on the ground
ຕອນນີ້ຂ້ອຍຢູ່ສູງສຽດຟ້າເລີຍ
ແລະ ພວກເຂົາບອກວ່າຂ້ອຍເຮັດມັນສຳເລັດແລ້ວ
ແຕ່ຂ້ອຍເຂົ້າໃຈແລ້ວວ່າ
ທຸກໆສິ່ງທີ່ຂ້ອຍຕ້ອງການນັ້ນມັນຄືຄວາມລຽບງ່າຍ
ຫາກະຂັບລົດຜ່ານເຮືອນເຈົ້າມາ (ຫາກະຂັບລົດຜ່ານເຮືອນເຈົ້າມາ)
ຫ່າງໄກຈາກເຈົ້າຫຼາຍຕອນນີ້ (ຫ່າງໄກຈາກເຈົ້າຫຼາຍຕອນນີ້)
(ຕອນນີ້ປຽບທຽບໄດ້ວ່າເຖິງວ່າຈະຂັບລົດຜ່ານເຮືອນໃຜໄປ ອາດເປັນເຮືອນໝູ່ ແຕ່ກະຮູ້ສຶກວ່າຫ່າງເຫີນກັນເຫຼືອເກີນ ເພາະຕອນນີ້ລາວເປັນສິນລະປິນດັງຫຼາຍແລ້ວ ບໍ່ແມ່ນຄົນທຳມະດາແລ້ວ ເລີຍບໍ່ຮູ້ສຶກລຶ້ງເຄີຍກັບໃຜເລີຍ ຮູ້ສຶກວ່າຊ່ວງເວລາຊີວິດໄວເດັກນັ້ນຫາຍໄປ)

ແຕ່ຂ້ອຍເຂົ້າໃຈແລ້ວວ່າ
ທຸກໆສິ່ງທີ່ຂ້ອຍຕ້ອງການນັ້ນມັນ
ທຸກໆສິ່ງທີ່ຂ້ອຍຕ້ອງການນັ້ນມັນຄືຄວາມລຽບງ່າຍ

On the ground
Everything I need is on the ground
(Nah, but they don't hear me though)
ຄວາມລຽບງ່າຍ
ທຸກໆສິ່ງທີ່ຂ້ອຍຕ້ອງການນັ້ນມັນຄືຄວາມລຽບງ່າຍ
(ບໍ່, ພວກເຂົາບໍ່ໄດ້ຍິນຂ້ອຍເລີຍ)

On the ground
(Nah, but they don't hear me though)
Everything I need is on the ground
ຄວາມລຽບງ່າຍ
ທຸກໆສິ່ງທີ່ຂ້ອຍຕ້ອງການນັ້ນມັນຄືຄວາມລຽບງ່າຍ
(ບໍ່, ພວກເຂົາບໍ່ໄດ້ຍິນຂ້ອຍເລີຍ)

ຄຳສັບ
Hole in the wall ເປັນສຳນວນທີ່ແປວ່າ: ນ້ອຍເທົ່າຮູໜູ

Comments