ແປເພງ Wake me up – Avicii (ຊ່ວຍປຸກຂ້ອຍແດ່)
Feeling my way through the darkness
Guided by a beating heart
I can't tell where the journey will end
But I know where to start
ຮູ້ສຶກໄດ້ເຖິງເສັ້ນທາງຂອງຂ້ອຍຜ່ານຄວາມມືດ
ມີພຽງຫົວໃຈທີ່ຍັງເຕັ້ນຢູ່ເປັນຕົວນຳທາງ
ຂ້ອຍບອກບໍ່ໄດ້ວ່າການເດີນທາງນີ້ຊິຈົບຢູ່ໃສ
ແຕ່ກະຮູ້ວ່າຊິເລີ່ມຢູ່ໃສ
They tell me I'm too young to understand
They say I'm caught up in a dream
Well life will pass me by if I don't open up my eyes
Well that's fine by me
ເຂົາວ່າຂ້ອຍຍັງອ່ອນເກີນໄປທີ່ຈະເຂົ້າໃຈ
ບອກວ່າຂ້ອຍມີແຕ່ເພີ້ຝັນໄປວັນໆ
ແຕ່ຊີວິດຄືຊິໜ້າເບື່ອຖ້າບໍ່ລອງເປີດຕາເປີດໃຈພົບສິ່ງໃໝ່ໆ
ແລະ ຂ້ອຍກະເປັນຄົນແບບນັ້ນແຫຼະ
So wake me up when it's all over
When I'm wiser and I'm older
All this time I was finding myself
And I didn't know I was lost
ຊັ້ນຊ່ວຍປຸກຂ້ອຍແດ່ເມື່ອທຸກຢ່າງມັນຈົບລົງ
ເມື່ອຂ້ອຍສະຫຼາດຂຶ້ນ ແລະ ເປັນຜູ້ໃຫຍ່ຂຶ້ນ
ເພາະທີ່ຜ່ານມາຂ້ອຍມົວແຕ່ຄົ້ນຫາຕົວເອງ
ຈົນບໍ່ຮູ້ວ່າຫຼົງທາງຢູ່
So wake me up when it's all over
When I'm wiser and I'm older
All this time I was finding myself
And I didn't know I was lost
ຊັ້ນຊ່ວຍປຸກຂ້ອຍແດ່ເມື່ອທຸກຢ່າງມັນຈົບລົງ
ເມື່ອຂ້ອຍສະຫຼາດຂຶ້ນ ແລະ ເປັນຜູ້ໃຫຍ່ຂຶ້ນ
ເພາະທີ່ຜ່ານມາຂ້ອຍມົວແຕ່ຄົ້ນຫາຕົວເອງ
ຈົນບໍ່ຮູ້ວ່າຫຼົງທາງຢູ່
I tried carrying the weight of the world
But I only have two hands
Hope I get the chance to travel the world
But I don't have any plans
ຂ້ອຍພະຍາຍາມແບກໂລກໄວ້ທັ້ງໃບ
ແຕ່ກະມີພຽງສອງມື ຊິເຮັດຫຍັງໄດ້
ຂ້ອຍຫວັງວ່າຊິມີໂອກາດໄປທ່ຽວໄດ້ທົ່ວໂລກ
ແຕ່ກະຍັງບໍ່ມີແຜນຫຍັງ
Wish that I could stay forever this young
Not afraid to close my eyes
Life's a game made for everyone
And love is a prize
ຂ້ອຍຝັນຢາກເປັນໜຸ່ມແບບນີ້ໄປຕະຫຼອດ
ເພາະບໍ່ຢ້ານທີ່ຈະຫຼັບຕາລົງ
ຊີວິດນີ້ກະຄືເກມທີ່ສ້າງມາເພື່ອທຸກຄົນ
ແລະ ມີຄວາມຮັກເປັນລາງວັນຕອບແທນ
So wake me up when it's all over
When I'm wiser and I'm older
All this time I was finding myself
And I didn't know I was lost
ຊັ້ນຊ່ວຍປຸກຂ້ອຍແດ່ເມື່ອທຸກຢ່າງມັນຈົບລົງ
ເມື່ອຂ້ອຍສະຫຼາດຂຶ້ນ ແລະ ເປັນຜູ້ໃຫຍ່ຂຶ້ນ
ເພາະທີ່ຜ່ານມາຂ້ອຍມົວແຕ່ຄົ້ນຫາຕົວເອງ
ຈົນບໍ່ຮູ້ວ່າຫຼົງທາງຢູ່
So wake me up when it's all over
When I'm wiser and I'm older
All this time I was finding myself
And I didn't know I was lost
ຊັ້ນຊ່ວຍປຸກຂ້ອຍແດ່ເມື່ອທຸກຢ່າງມັນຈົບລົງ
ເມື່ອຂ້ອຍສະຫຼາດຂຶ້ນ ແລະ ເປັນຜູ້ໃຫຍ່ຂຶ້ນ
ເພາະທີ່ຜ່ານມາຂ້ອຍມົວແຕ່ຄົ້ນຫາຕົວເອງ
ຈົນບໍ່ຮູ້ວ່າຫຼົງທາງຢູ່
I didn't know I was lost
I didn't know I was lost
I didn't know I was lost
I didn't know, I didn't know, I didn't know
ຂ້ອຍບໍ່ຮູ້ວ່າຫຼົງທາງຢູ່
ຂ້ອຍບໍ່ຮູ້ວ່າຫຼົງທາງຢູ່
ຂ້ອຍບໍ່ຮູ້ວ່າຫຼົງທາງຢູ່
ຂ້ອຍບໍ່ຮູ້, ຂ້ອຍບໍ່ຮູ້, ຂ້ອຍບໍ່ຮູ້ເລີຍ
Comments
Post a Comment