ແປເພງ 7 Years - Lukas Graham
Once I was seven years old, my mama told me
ຄັ້ງໜຶ່ງ ຕອນຂ້ອຍ 7 ປີ ແມ່ບອກຂ້ອຍວ່າ
Go make yourself some friends or you'll be lonely
ໄປຫຼີ້ນກັບໝູ່ແດ່ ບໍ່ຊັ້ນລູກຊິໂດດດ່ຽວ
Once I was seven years old
ຄັ້ງໜຶ່ງ ຕອນຂ້ອຍ 7 ປີ
It was a big big world, but we thought we were bigger
ມັນເປັນໂລກໃບໃຫຍ່ຫຼາຍ ແຕ່ເຮົາຄິດວ່າເຮົານັ້ນໃຫຍ່ກວ່າ
Pushing each other to the limits, we were learning quicker
ຊຸກຍູ້ຂີດຈຳກັດຂອງກັນແລະກັນ ເຮັດໃຫ້ເຮົາຮຽນຮູ້ໄດ້ໄວຂຶ້ນ
By 11 smoking herb and drinking burning liquor
ພຽງ 11 ປີ ເລີ່ມສູບສະໝຸນໄພ ແລະ ດື່ມເຫຼົ້າທີ່ແສນຮ້ອນແຮງ
Never rich so we were out to make that steady figure
ເຮົາອາດຈະບໍ່ລວຍ ເຮົາຈຶ່ງອອກໄປທ່ອງໂລກຫາປະສົບການຂຶ້ນມາ
Once I was 11 years old, my daddy told me
ຄັ້ງໜຶ່ງ ຕອນຂ້ອຍ 11 ປີ ພໍ່ບອກຂ້ອຍວ່າ
Go get yourself a wife or you'll be lonely
ຫາເມຍຈັກຄົນໜຶ່ງ ບໍ່ຊັ້ນລູກຊິໂດດດ່ຽວ
Once I was 11 years old
ຄັ້ງໜຶ່ງ ຕອນຂ້ອຍ 11 ປີ
I always had that dream like my daddy before me
ຂ້ອຍຝັນຢາກເປັນແບບພໍ່ ກ່ອນທີ່ຊິເປັນຕົວເອງ
So I started writing songs, I started writing stories
ຂ້ອຍຈຶ່ງເລີ່ມຂຽນເພງ ເລີ່ມຂຽນເລື່ອງລາວຕ່າງໆຂຶ້ນມາ
Something about the glory, just always seemed to bore me
ບາງສິ່ງກ່ຽວກັບຊື່ສຽງ ກຽດຕິຍົດ, ທີ່ມັກຈະເຮັດໃຫ້ຂ້ອຍລຳຄານ
'Cause only those I really love will ever really know me
ເພາະຄົນທີ່ຂ້ອຍຮັກແທ້ໆນັ້ນ ບໍ່ຄ່ອຍຮູ້ຈັກຕົວຕົນທີ່ແທ້ຈິງຂອງຂ້ອຍເລີຍ
Once I was 20 years old, my story got told
ຄັ້ງໜຶ່ງ ຕອນຂ້ອຍ 20 ປີ ເລື່ອງລາວຂອງຂ້ອຍກໍ່ຖືກກ່າວຂານອອກໄປ
Before the morning sun, when life was lonely
ກ່ອນແສງອາທິດສ່ອງຍາມເຊົ້າ ເມື່ອຊີວິດນັ້ນແສນດຽວດາຍ
Once I was 20 years old
ຄັ້ງໜຶ່ງ ຕອນຂ້ອຍ 20 ປີ
(Lukas Graham)
I only see my goals, I don't believe in failure
ຂ້ອຍເຫັນພຽງເປົ້າໝາຍຂອງຂ້ອຍເທົ່ານັ້ນ, ຂ້ອຍບໍ່ເຊື່ອໃນຄວາມລົ້ມເຫຼວ
'Cause I know the smallest voices, they can make it major
ເພາະຂ້ອຍຮູ້ວ່າພຽງສຽງນ້ອຍໆ ກໍ່ສາມາດດັງກຶກກ້ອງໄດ້
I got my boys with me at least those in favor
ຂ້ອຍມີໝູ່ທີ່ຢູ່ຄຽງຂ້າງ ເຊີ່ງເປັນເລື່ອງທີ່ດີຫຼາຍສຳລັບຂ້ອຍ
And if we don't meet before I leave, I hope I'll see you later
ແລະ ຖ້າເຮົາບໍ່ໄດ້ພົບກັນ ກ່ອນຂ້ອຍຈາກໄປ, ຂ້ອຍໄດ້ແຕ່ຫວັງ ວ່າຊິໄດ້ພົບເຈົ້າອີກຄັ້ງ
Once I was 20 years old, my story got told
ຄັ້ງໜຶ່ງ ຕອນຂ້ອຍ 20 ປີ ເລື່ອງລາວຂອງຂ້ອຍກໍ່ຖືກກ່າວຂານອອກໄປ
I was writing 'bout everything, I saw before me
ຂ້ອຍໄດ້ຂຽນກ່ຽວກັບທຸກສິ່ງ ທີ່ຂ້ອຍໄດ້ພົບມາ
Once I was 20 years old
ຄັ້ງໜຶ່ງ ຕອນຂ້ອຍ 20 ປີ
Soon we'll be 30 years old, our songs have been sold
ບໍ່ດົນ ພວກເຮົາກະຊິ 30 ແລ້ວ, ເພງຂອງພວກເຮົາໄດ້ວາງຂາຍອອກໄປ
We've traveled around the world and we're still roaming
ພວກເຮົາທ່ຽວໄປທົ່ວໂລກ ແລະ ຍັງເລາະໆຕໍ່ໄປ
Soon we'll be 30 years old
ບໍ່ດົນ ພວກເຮົາກະຊິ 30 ແລ້ວ
I'm still learning about life
ຂ້ອຍຍັງຮຽນຮູ້ກ່ຽວກັບຊີວິດຢູ່
My woman brought children for me
ເມຍກໍ່ໄດ້ໃຫ້ກຳເນີດລູກໆ
So I can sing them all my songs
ຂ້ອຍຈຶ່ງໄດ້ຮ້ອງເພງໃຫ້ພວກເຂົາຟັງ
And I can tell them stories
ແລະ ສາມາດບອກເລົ່າເລື່ອງລາວທຸກຢ່າງ
Most of my boys are with me
ຂ້ອຍຍັງໄປມາຫາສູ່ກັບໝູ່ຫຼາຍຄົນຢູ່
Some are still out seeking glory
ບາງຄົນກະຍັງຄົງອອກໄປຕາມຫາຄວາມຍິ່ງໃຫຍ່
And some I had to leave behind
ແລະ ບາງຄົນຂ້ອຍກະໄດ້ຂາດການຕິດຕໍ່ໄປ
My brother I'm still sorry
ເພື່ອນເອີຍ ຂ້ອຍຍັງຮູ້ສຶກເສຍໃຈຢູ່ (ເສຍໃຈທີ່ບໍ່ໄດ້ຕິດຕໍ່ກັບໝູ່ບາງຄົນ)
Soon I'll be 60 years old, my daddy got 61
ບໍ່ດົນຂ້ອຍກະຊິ 60 ແລ້ວ, ພໍ່ຂ້ອຍຈາກໄປຕອນລາວໄດ້ 61 ປີ
Remember life and then your life becomes a better one
ຈົ່ງຈົດຈຳຊີວິດພໍ່ໄວ້ ແລະ ຊີວິດເຈົ້າຊິເປັນຊີວິດທີ່ດີກວ່າ
I made the man so happy when I wrote a letter once
ເມື່ອຂ້ອຍຂຽນຈົດໝາຍໄປຫາໝູ່ ພວກເຂົາກໍ່ມີຄວາມສຸກຫຼາຍເວລາອ່ານມັນ
I hope my children come and visit, once or twice a month
ຂ້ອຍກະຫວັງພຽງວ່າລູກໆຂ້ອຍຊິມາຢາມ ຢ່າງໜ້ອຍໜຶ່ງ ຫຼື ສອງເທື່ອ ຕໍ່ເດືອນກະຍັງດີ
Soon I'll be 60 years old, will I think the world is cold
ບໍ່ດົນຂ້ອຍກະຊິ 60 ແລ້ວ, ຂ້ອຍຊິຄິດວ່າໂລກມັນຊ່າງເໜັບໜາວບໍ
Or will I have a lot of children who can warm me
ຫຼື ຊິຄິດວ່າຂ້ອຍມີລູກຫຼາຍຄົນ ທີ່ສາມາດເຮັດໃຫ້ຂ້ອຍຮູ້ສຶກອົບອຸ່ນຢູ່
Soon I'll be 60 years old
ບໍ່ດົນຂ້ອຍກະຊິ 60 ແລ້ວ
Soon I'll be 60 years old, will I think the world is cold
ບໍ່ດົນຂ້ອຍກະຊິ 60 ແລ້ວ, ຂ້ອຍຊິຄິດວ່າໂລກມັນຊ່າງເໜັບໜາວບໍ
Or will I have a lot of children who can hold me
ຫຼື ຊິຄິດວ່າຂ້ອຍມີລູກຫຼາຍຄົນ ທີ່ຊິເບິ່ງແຍງຂ້ອຍຕອນເຖົ້າມາ
Soon I'll be 60 years old
ບໍ່ດົນຂ້ອຍກະຊິ 60 ແລ້ວ
Once I was seven years old, my mama told me
ຄັ້ງໜຶ່ງ ຕອນຂ້ອຍ 7 ປີ ແມ່ບອກຂ້ອຍວ່າ
Go make yourself some friends or you'll be lonely
ໄປຫຼີ້ນກັບໝູ່ແດ່ ບໍ່ຊັ້ນລູກຊິໂດດດ່ຽວ
Once I was seven years old
ຄັ້ງໜຶ່ງ ຕອນຂ້ອຍ 7 ປີ
Once I was seven years old
ຄັ້ງໜຶ່ງ ຕອນຂ້ອຍອາຍຸໄດ້ 7 ປີ
Comments
Post a Comment